ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ປະຊຸມ​ສຸດ​ຍອດ​ຂະ​ບວນ​ການ ​ບໍ່​ຮ່ວມ​ກຸ່ມ ​ຄັ້ງ​ທີ 19


     ສຳນັກ​ຂ່າວ ຊິນ​ຮວາ ລາຍ​ງານ​ໃນ​ວັນ​ທີ 23 ມັງກອນ 2024 ນີ້​ວ່າ: ກອງ​ປະຊຸມ​ສຸດ​ຍອດ​ຂະ​ບວນ​ການ​ບໍ່​ຮ່ວມ​ກຸ່ມ​ຄັ້ງ​ທີ 19 ໄດ້​
ອັດ​ລົງ​ຢູ່​ຄາມ​ປາ​ລາ ນະຄອນຫຼວງ​ຂອງ​ ອູ​ກັນ​ດາ. ກອງ​ປະຊຸມ​ສຸດ​ຍອດ​ໄດ້​ຮັບຮອງ​ເອົາ “ຖະແຫຼງການ​ຄາມ​ປາ​ລາ” ເຊິ່ງ​ເປັນ​ເອກະສານ​
ທີ່​ມີ​ລັກສະນະ​ຜົນງານ ໂດຍ​ຮຽກຮ້ອງ​ໃຫ້​ຍຶດ​ໝັ້ນ​ລັດທິ​ຫຼາຍ​ຝ່າຍ, ເພີ່ມ​ອິດ​ທິ​ພົນ​ຂອງ​ຂະ​ບວນ​ການ​ບໍ່​ຮ່ວມ​ກຸ່ມ​ໃນ​ວຽກ​ງານ​ສາກົນ ພະ
ຍາຍາມ​ກໍ່ສ້າງ​ໂລກ​ທີ່​ມີ​ສັນຕິພາບ, ຄວາມ​ທ່ຽງ​ທຳ ແລະ ຄວາມ​ຈະເລີນ.

     ໃນ​ກອງ​ປະຊຸມ ໄດ້​ຖະແຫຼງການ​ຄາມ​ປາ​ລາ ເນັ້ນ​ໜັກ​ຈະ​ສືບຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃຕ້ ແລະ ເໜືອ​ໃຕ້, ເຄົາລົບ​ກົດໝາຍ​ສາກົນ
ແລະ ຫຼັກການ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະ​ພາບ​ກັນ​ຂອງ​ສາກົນ​ຢ່າງຮອບດ້ານ, ພ້ອມ​ກັນຮັບ​ມື​ກັບ​ການ​ຂົ່ມຂູ່ ແລະ ສິ່ງ​ທ້າທາຍ​ທີ່​ປະເທດ
​ພວມ​ພັດທະນາ​ຜະເຊີນ​ໃນ​ການ​ຊຸກຍູ້​ໃຫ້​ເສດຖະກິດ​ພັດທະນາ ແລະ ສັງຄົມ​ກ້າວໜ້າ.

     ຂະ​ບວນ​ການ​ບໍ່​ຮ່ວມ​ກຸ່ມ​ນີ້​ໄດ້​ສ້າງຕັ້ງ​ຂຶ້ນ​ໃນ​ປີ 1961, ແມ່ນ​ເວທີ​ສຳຄັນ​ທີ່​ເຮັດ​ໃຫ້​ປະເທດ​ໃຕ້​ຂອງ​ທົ່ວ​ໂລກ​ດຳເນີນ​ການ​ຫາລື ແລະ
ການ​ຮ່ວມ​ມື. ປັດຈຸບັນຂະ​ບວນ​ການ​ບໍ່​ຮ່ວມ​ກຸ່ມ​ໄດ້​ມີ​ປະເທດ​ສະມາຊິກ 121 ປະເທດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 25/01/2024